Instagram ອອກ​ແອ໋ບ​ໃໝ່​ຊື່​ Hyperlapse ຖ່າຍ​ວີ​ດີ​ໂອ​ແບບ Time-lapse ສຳ​ລ?

instagram-hyperlapse

Instagram ອອກ​ແອ໋ບ​ໃໝ່​ຊື່ Hyperlapse ​ເປັນ​ແອ໋ບ​ສຳ​ລັບ​ຖ່າຍ​ວີ​ດີ​ໂອ​ອອກ​ມາ​ເປັນ​ໃນ​ຮູບ​ແບບ Time-lapse, ພາຍ​ໃນ​ໂຕ​ແອ໋ບ​ມີ​ລະ​ບົບ​ປ້ອງ​ການ​ການ​ສັ່ນ​ໄຫວ​ເຮັດ​ໃຫ້​ຄົນ​ທີ​ເບິ່ງວີ​ດີ​ໂອ​ເຮົາ​ນັ້ນ​ບໍ່​ຕ້ອງວິນ​ຫົວມຶນງ​ົງ​ວ່າ​ຜູ້​ຖ່າຍ​ກຳ​ລັງ​ຖ່າຍ​ຫຍັງ​ໃຫ້​ເບິ່ງ​ຢູ່ ຖ່າຍ​ສາວ​ງາມ​ກະ​ເອົາ​ເປັນ​ວ່າ​ຖ່າຍ​ສາວ​ໜ້າ​ບ້ຽວ​ຊ້ຳ​. ນອກນັ້ນຫຼັງ​ຈາກ​ເຮົາ​ຖ່າຍ​ແລ້ວ​ເຮົາ​ຍັງ​ສາ​ມາດ​ເລືອກ​ລະ​ດັບ​ຄວາມ​ໄວ​ຂອງວີ​ດີ​ໂອ​ທີ​ອອກ​ມາ​ວ່າ​ຈະ​ໃຫ້​ພາບນັ້ນ​ສະ​ແດງ​ທີ​ຄວາມ​ໄວ​ເທົ່າ​ໃດ​ ມີ​ໃຫ້​ເລືອກ​ຕັ້ງ​ແຕ່ x2 ຫາ x12. ຈາກ​ໃຊ້​ງານ​ຂໍ​ບອກ​ເລີຍ​ວ່າ​ໂຕ​ແອ໋ບ​ອອກ​ມາ​ໃຫ້​ຜູ້​ໃຊ້​ງານ​ໃຊ້​ງ່າຍ​ອີຫຼີ ແລະ ມັນ​ເຮັດ​ໃຫ້​ການ​ຖ່າຍ​ວີ​ດີ​ໂອ​ແບບ​ເດີ​ມໆ​ປ່ຽນ​ໄປ​ເລີຍ.

ໃຜ​ຢາກ​ລອງ​ສາ​ມາດ​ເຂົ້າ​ໄປ​ດາວ​ໂຫຼດ​ໄດ້​ທີ່ Apple Store ຮອງ​ຮັບ​ທັງ iPhone ແລະ iPad

 

ຂອບ​ໃຈ​ທີ​ມາ Thenextweb