ມາ​ແລ້ວ Google Chrome 64-bit Beta ສຳ​ລັບ Windows 7 & Windows 8

ມາ​ແລ້ວ Google Chrome 64-bit ສຳ​ລັບ Windows 7 ແລະ Windows 8  ຫຼັງ​ຈາກ​ທີ່​ໄດ້​ເຂົ້າ​ໂຄງ​ການ​ພັດ​ທະ​ນາ​ໃນເດືອນ ມິ​ຖຸ​ນາ. ສຳ​ລັບ Google Chrome 64-bit ແມ່ນ​ຈະ​ມີ​ປະ​ສິດ​ຕິ​ພາບ​ໄວ​ກ່​ວາ 32-bit ທີ່​ແນ່ນອນ​ເລີຍ​ກໍ​ຄື​ເລື່ອງ​ການ​ສະ​ແດງ​ຜົນ(Graphic) ແລະ ເນື້ອ​ຫາ​ທີ​ໃຫ້​ຄວາມ​ບັນ​ເທີງ. ນອກນັ້ນຍັງ​ມີ​ຄວາມ​ປອດ​ໄພ​ຍິ່ງ​ຂຶ້ນ​ເມື່ອ​ໃຊ້​ກັບ​ລະ​ບົບ High Entropy ASLR(ລະ​ບົບ ASLR: Address Space Layout Randomization ເປັນ​ການ​ເຊື່ອງ​ຟາຍ Library ຈາກ​ແຮກ​ເກີ(Hacker)ທີ​ເຈາ​ະ​ເຂົ້າ​ມາ​ໃນ​ໂປ​ແກມ) ທີ​ມີ​ໃນ Windows 8. ສະຫຼຸບ​ແລ້ວ Google Chrome 64-bit ແມ່ນ​ຈະ​ມີ​ຄວາມ​ສະ​ຖຽນ​ສູງ​ກ່​ວາ 32-bit ໂດຍ​ທີ່​ຈະ​ມີ​ອາ​ການກະ​ຕຸກ​ໜ້ອຍ​ລົງ​ຈ​າກ​ການ​ໃຊ້​ທົ່ວ​ໄປ.

Google Chrome 64-bit ນີ້​ຍັງ​ຢູ່​ໃນ​ຂັ້ນ​ທົດ​ລອງ​ໃຊ້​ງານ(Beta) ຢູ່ ເຊິ່ງ​ແນ່ນອນ​ຍັງ​ບໍ່​ແນ​ະ​ນຳ​ໃຫ້​ໃຊ້​ເທື່ອ ເພາະ​ວ່າ​ທ່ານ​ອາດ​ຈະ​ພົບ Bug ໄດ້. ຈາ​ກ​ຄຳ​ແນ​ະ​ນຳ​ຂ​ອງ​ທີມ​ນັກ​ພັດ​ທະ​ນາບອກວ່າ​ໂຕ​ທີ​ສະ​ຖຽນ​ນັ້ນ​ແມ່ນ​ຈະ​ອອກ​ຕາມຫຼັງ​ໃນ​ບໍ່​ຊ້ານີ້.

ຂອບ​ໃຈ​ທີ​ມາ Thenextweb