ຟຼີລາຍເຊັນແອ໋ບ BitDefender Antivirus ສຳລັບ Android 1 ປີ

ມາອີກແລ້ວໂປໂມຊັນແຈກລາຍເຊັນຟຼີແອ໋ບ BitDefender Antivirus ເທື່ອນີ້ແມ່ນເປັນໂປໂມຊັນຈາກ BitDefender ເຍຍລະມັນ ເຊິ່ງວ່າເພິ່ນໄດ້ແຈກແອ໋ບ BitDefender Mobile Security and Antivirus ສຳລັບລະບົບປະຕິບັດການ Android, ໄລຍະເວລາ ລາຍເຊັນແມ່ນ 1 ປີ….ພໍແຕ່ເຫັນ 1 ປີເທົ່ານັ້ນລະຢາກໄດ້ຂຶ້ນມາເລີຍເຮົາ.

ເຊິ່ງວ່າໃຜສົນໃຈແມ່ນທຳອິດໃຫ້ເຮົາໄປຄິກ Like ທີ່ Facebook Fan Page ຂອງເພິ່ນກ່ອນຈຶ່ງສາມາດເອົາລາຍເຊັນໄດ້

BitDefender Facebook Fan Page

ແລ້ວຫຼັງຈາກນັ້ນແມ່ນໃຫ້ເຮົາກອບອີເມວເຮົາໃສ່ແລ້ວຄິກປຸ່ມສີຂຽວທີ່ຢູ່ຂ້າງລຸ່ມຫັ້ນ

ໃຫ້ເຮົາເຂົ້າໄປເບິ່ງກວດເບິ່ງເມວເຮົາແລ້ວເຮົາກໍຈະໄດ້ລາຍເຊັນ, ຫຼັງຈາກນັ້ນໃຫ້ດາວໂຫຼດແອ໋ບຈາກ Play Store ໄດ້ຕາມລິ້ງນີ້ BitDefender Mobile Security & Antivirus